“ກັບຊີວິດທີບໍ່ມັກການເດີນທາງ ຢ້ອນຄວມຮູ້ສືກຄັ້ງໜື່ງຕ້ອງຈາກບ້ານມາໄກ”
ຊີວິດນັກສືກສາ ນອກຈາກເລື່ອງຮຽນ ຄວາມຮັກ ແລ້ວ ມັນຄົງບໍມີຫຍັງອີກ ນອກຈາກການເດີນທາງ. ຄວາມຮັກໃນໄວຮຽນ ກໍ່ບໍ່ໄດ້ບໍ່ດີໄປໝົດ ຖ້າຫາກເຮົາຮູ້ແບ່ງເວລາ, “ການທີເຮົາມີຄົນຮັກ ທີຖ້າເຮົາເປັນປີໆໄດ້ ມັນກະດີແລ້ວ ທີມີຄົນແບບນັ້ນຢູ່ຂ້າງກາຍ”.
ຕໍ່ຈາກກະທູ້ທີພ່ານມາ ທີໄດ້ມີແຜນກຽມໄປ ຈາກາຕ່າ ເມືອງຫຼວງຂອງ ປະເທດ ອີນໂດເນເຊຍ [1], ໃນກະທູ້ນີ້ເລີຍຢາກມາເລົ່າປະສົບການ ໃນຈາກາຕ່າ ກັບ ການເດີນທາງທ່ອງທ່ຽງໄປເນື່ອງໃນໂອກາດ ວັນຊາດລາວເຮົາເອງ 2 ທັນວາ ຄົບຮອບ 40 ປີ 2015.
… ເມື່ອລົງຈາກລົດໄຟໃນສະຖານີ Pasar Senen Station ໃນຈາກາຕ່າ ປະມານ 5:00 ຕອນເຊົ້າ ວັນພຸດ ທີ 02.12.2015 (ໃຊ້ເວລາ 10 ຊົວໂມງ ຈາກ ຢອກຍາກາຕ່າ ໄປ ຈາກາຕ່າ). ລົດໄຟ economy class ໄປແບບປະຍັດ, ລາຄາປະມານ 75,000 – 175,000 IDR. ສຳຫຼັບ Business class ປະມານ 250,000 – 300,000 IDR. Exclusive class 350,000 ຂື້ນໄປ. ຖ້າຈະຂີ່ B ຫຼື E ຕ້ອງລົງອີກສະຖານີໄໝ່ ຊື່ວ່າ Gembir Station ທີ່ໄກ້ປາຍທາງທີເຈົ້າຂອງໄປ.
ເມື່ອໄປຮອດ ເກັບກະເປົາເຄື່ອງມີ: ເປົາເປ້ໃສຄອມ, ເປົາເຄື່ອງນຸ່ງ ພາຍໄດ້. ກະບໍ່ໄດ້ຕັ້ງໃຈເອົາເຄື່ອງໄປຫຼາຍຢູ່ແລ້ວ ເພາະວ່າຈະຢູ່ 3-4 ມື້, ເຄື່ອງໜ້ອຍແນ່ ຫຼັງຈາກລົງລົດໄຟ ກະເລີຍຕັດສີນໃຈຢ່າງເລາະ ຈາກສະຖານີ Pasar Senen ໄປ Monas monument of Indonesia ຫ່າງກັນປະມານ 2 Km. ເຖີງກະເປົາຈະໜັກປະມານ 13 – 14 kg ເມື່ອຄິດຮອດປາຍທາງ ທີມີຫໍຄອຍ Monas ຕັ້ງຢູ່ໃຈກາງ ບໍ່ຮູ້ສືກເມື່ອເລີຍ… ຈາກບ່ອນຫັ້ນໄປ Monas ໃຊ້ເວລາ 30 ນາທີ ໃນການຢ່າງ.
ເມື່ອໄປຮອດເຂດ Monas ຮູ້ສືກວ່າຄຸ້ມແກ່ການຢ່າງ, ໃນຫັ້ນ ຈະເປັນແບບສວນສາທາລະນະ ມີຕົ້ນໄມ່ອ້ອມຮອບເຕັມໄປໝົດ ເດີ່ນທາງກາງເປັນຫຍ້າ ບາງເຂດກະມີຮູບປັ້ນ ບາງເຂດກະເປັນຄູ ດອກໄມ້ ຖືກອອກແບບມາຢ່າງງາມຕາ ແລະ ສຸດທ້າຍໃຈກາງ ມີຫໍ ຫຼື ເສົາຫຍັງຈັກຢ່າງຊື່ວ່າ “Monas” ຕັ້ງຢູ່ໃຈການສູງ 100 ກວ່າແມດ. ຫຼັງຈາກນັ່ງພັກພ່ອນຢູ່ຫັ້ນບໍ່ດົນປານໄດ ກະຕ້ອງໄດ້ກັບ ໄປເຂົ້າຮ່ວມ ປະຖະກະຖາ ວັນຊາດທີ 2 ທັນວາ ຫວນຄືນມູນເຊື່ອປະຫວັດສາດ ວະລະກຳ ກ່ອນຈະເກີດເປັນປະເທດ ສປປ ລາວ ໃນທຸກມື້ນີ້ ໂດຍທີບໍ່ທັນເຂົ້າໄປໃນຫໍນັ້ນຊ້ຳ ເສຍດາຍແນ່, ແຕ່ກະຕ້ອງກັບ ເພາະມັນເປັນການສະແດງເຖີງຄວາມຮັກຊາດ ຮັກບ້ານເກີດເມືອງນອນເຮົາເອງ. Monas ໃນຮູບ ປລ.ສະພາບຫາກະລົງຈາກລົດໄຟ.
ປະມານ 8:00 ຕ້ອງໄດ້ອອກໄປສະຖານທູດລາວ, ໄປຮອດກະມ້ຽນເຄື່ອງອາບນ້ຳ ໄປກີນເຂົ້າບໍ່ແນ່ໃຈວ່າກາຍເວລາປະຖະກະຖາແລ້ວບໍ ແຕ່ຮູ້ສືກວ່າທຸກຄົນຖ້າເຮົາກີນເຂົ້າອີ່ມຢູ່ ແຮ່ໆໆ. ຮູບຫຼັງຈາກປະຖະກະຖາແລ້ວ ກັບທານທູດລາວ ປະຈຳ ອີນໂນ. ເຫັນເຈົ້າຂອງແນ່ບໍ ….ຍີ້ມຫວານໆຢູ່ເບື່ອງຫຼັງຫັ້ນ … ==”
ຫຼັງຈາກນັ້ນ ຄະນະ ນັກສືກສາຈາກ ຢອກຢ່າ ກະໄດ້ສະເໜີວ່າຈະມີບົດຝ້ອນ ໄປສະແດງງານສະເຫຼີມສະຫຼອງ 1 ບົດເພງ. ຊ່ວງເດືອນທີພ່ານມາ ທີມພວກເຮົາກະໄດ້ພ່ານມາ 3 ງານແລ້ວ ກະເລີຍໝັ້ນໃຈແນ່. ແຕ່ເມື່ອໄປຮອດ ໄປຟ້ອນໃຫທ່ານທູດເບີ່ງ ເພີ່ນກະໄດ້ເນາະນຳຫຼາຍຢ່າງ ຈົນໄດ້ຟ້ອນທ່ານໄໝ່ໝົດ. ຮູ້ສືກວ່າຈະມີເວລາຊ້ອມ 1 ມື້ກ່ອນເລີ່ມງານ ໃນແລງມື້ຕໍ່ມາ. ຮູບພາບ ລອງເຄື່ອງນຸ່ງຕົວຈີງຊ້ອມ… (ລົງດອຍມາສະແດງຄວາມຍີນດີກັບເຈົ້າບ່າວ..)
ເອົາເປັນວ່າມື້ທຳອິດ ກັບທີທີສອງຈົນຮອດຕອນສວຍ ບໍ່ໄດ້ໄປໃສ ທຸກຄົນຊ້ອມໃຫຍ່ກັນໝົດ ເພື່ອສະແດງຕໍ່ໜ້າທ່ານທູດຈາກຫຼາຍໆປະເທດໃນທົວໂລກ. ເວລາປະມານ 3:00 pm ກະໄດ້ເວລາອອກໄປງານ ຊື່ງຖືກຈັດຂື້ນໃນໂຮງແຮມ Borobudur Hotel ໃກ້ກັບ Monas ພໍດີ. ງານເລີ່ມປະມານ 7:00 – 9:30 pm ໃນລະຫວ່າງງານ, ກະໄດ້ມີຊ່ວງເວລາທີຕື່ນເຕັ້ນກັບເຂົາເຈົ້າແນ່ ທີໄດ້ມີໂອກາດສະແດງ ແລະ ພົບປະກັບຕົວແທນມາຈາກຫຼາຍໆປະເທດ ທີມາສະແດງຄວາມຍີນດີກັບຊາດລາວເຮົາ. ຮູບທ້າຍງານ ຖ່າຍກັບ ບັນດາທ່ານທ່ານທູດລາວ ໃນຈາກາຕ່າ.
ຫຼັງຈາກຈົບງານ ກະໄດ້ເວລາກັບສະຖານທູດ, ຕ່າງຄົນຮູ້ສືກເມື່ອ ແຕ່ກະເຕັມໄປດ້ວຍຄວາມປັບປື້ມຍີນດີ. ໄປຮອດສະຖານທູດ ທ່ານທູດໃຂດີໃຫ້ສະຫຼອງ ພາກັນເມົາວ່າຊັ້ນຊະ…. ວ່າກັນວ່າຮອດ 5 ໂມງເຊົ້າ ແຕ່ເຮົາເຂົ້ານອນແຕ່ 1:30 ນູ່ນແນ່ ສາຍອ່ອນຂໍລາເລື່ອງແບບນີ້.
ມື້ຕໍ່ມາ ກະບໍ່ໄດ້ມີຫຍັງ ພາກັນໄປຢ່າງເລາະຫ້າງຕອນສວຍ ລະກະພາກັນກັບ. ແຕ່ເສຍດາຍແນ່ ພວກທີມານ້ຳກັນ ຕ້ອງໄດ້ກັບກອນ ເພາະຈອງປີ້ຍົນໄປກັບ ສ່ວນເຮົາ one way ticket ແຮ່ໆໆ. ກະຍ້ອນອັ້ນນັ້ນຫຼະ ແລງມື້ນັ້ນຫາຊື້ີປີ້ກັບ ແຕ່ປີ້ດັນຂາຍໝົດກ່ອນ, ກະເລີຍຕ້ອງໄດ້ເລື່ອນມື້ກັບ ວັນທີ 05.12.2015 ໂດຍກັບທາງຍົນ Lion air ເພີ່ນ.
ມື້ສຸດທ້າຍ ກ່ອນກັບ ກະໄດ້ມີໂອກາດໄປເລາະລີ້ນ Taman mini ທີເປັນສະຖານທີທ່ອງທ່ຽວ ວັດທະນາທຳ ໃນຈາກາຕ່າ ທີ່ຮວບຮວມ ວັດທະນາທຳ ໝູ່ບ້ານທີເປັນເອກະລັກແຕ່ລະເຂດ ທໍພິພິຕະພັນ ໄວ້ໃນບ່ອນຫັ້ນ. ເດີນທາງໄປຮອດປະມານ 11 ໂມງເຊົ້າພໍດີ ມີເວລາເລາະປະມາ 4 ຊົ່ວໂມງກ່ອນຈະເດີນທາງໄປຂື້ນຍົນ, ຈາກບ່ອນຫັ້ນໄປເດີ່ນບີນປະມານ 50 km ກະເລີຍຕ້ອງເພື່ອເວລາຂີ່ລົດເວລາລົດຕິດ ກັບ check-in.
ໄປຮອດ ກະບໍ່ໄດ້ຫຍັງຫຼາຍ ມົວຊ້າຫຍັງ ໄປເລາະກັນນ … ຮູ້ສືກວ່າເຂດນັ້ນຈະມີຮູບຮ່າງຢ່າວປະມານ 3-4km ກ້ວາງ 1 km. ພໍດີໄປເຫັນ ຕູ້ຫຍັງຈັກຢ່າງ ທີແລ່ນຕາມສາຍກາບ ແຕ່ສົ້ນໜື່ງຫາອີກສົ້ນໜື່ງ ລອຍເທີງຟ້າ ເຫັນວີວອັນງາມທົ່ວເລີຍ. ລາຄາກະໜ້າສົນ 40 ພັນລູເປຍ.
ປະສົບການໃນຫັ້ນ ມ່ວນຫຼາຍ ໜ້າຈະເປັນຄັ້ງທຳອິດໃນຊີວິດກະວ່າໄດ້… ໄດ້ພົບຫຍັງຫຼາຍໆຢ່າງ ຈາກຫຼາຍທ້ອງຖີ່ນ… ຕາມຮູບເລີຍ.
ຫຼັງຈາກເລາະມາຢ່າເມົາມັນ ແບບບໍ່ມີຢາກເຂົ້າເລີຍ ກະຮອດເວລາກັບແລ້ວ 3 ໂມງແລງ ດຽວຕົກຍົນກັນພໍດີ. ໃນລະຫວ່າງທາງກັບກະມີບັນຫາໜ້ອຍໜື່ງ ກັບ ເທັກຊີ່, ເອົາເປັນວ່າ ມາອີນໂດຢ່າຂີ່ egle ໄປຂີ້ blue bird ດີກ່ວາຕັ້ງຫຼາຍ ຄົບຂັບເປັນມີດດີ…
ພ່ານໄປ ກັບການເດີນທາງຄັ້ງໜື່ງ ອາດຈະບໍ່ໄດ້ໄປທີ ທຸກໆຄົນແຫ່ກັນໄປ ອາດຈະບໍໄດ້ໄປທີໄກໆ ທີໆສວຍງາທທີສຸດໃນໂລກ. ໄປບ່ອນໄດນັ້ນບໍ່ສຳຄັນ ສຳຄັນທີເຮົາຫາຄວາມສຸກຂອງເຮົາເຫັນ ຫຼື ວ່າ ຍີ້ມໄປທຸກໆວິນາທີກັບການເດີນທາງ ເທົ່ານີ້ມັນກະບໍ່ໜ້າເບື່ອແລ້ວ…
“ໄປທ່ຽວກັບຄອບຄົວ, ໝູ່ຄູ່, ແຝນຂອງຕົວເອງ ກ່ອນທີຈະບໍ່ມີໂອກາດໄດ້ໄປອີກ”